ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງປະທານປະເທດ ເຂົ້າຮ່ວມຊົມການຍິງສະແດງເພື່ອສະເຫຼີມສະຫຼອງ
ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ


     ໃນວັນທີ 15 ມັງກອນ 2024 ນີ້, ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ, ໄດ້ເຂົ້າຮ່ວມ
ຊົມການຍິງສະແດງ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ, ໂດຍມີ ສະຫາຍ ພົນເອກ ຈັນສະໝອນ ຈັນຍະ
ລາດ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ, ພ້ອມດ້ວຍການນໍາພັກ-ລັດ, ຄະ
ນະນໍາກະຊວງປ້ອງກັນປະເທດ, ຄະນະນໍາ 4 ກົມໃຫຍ່, ກົມ, ກອງ, ຄະນະຮັບຜິດຊອບ, ພະນັກງານ-ນັກຮົບເຫຼົ່າຮົບວິຊາສະເພາະ ແລະ ພາກ
ສ່ວນຕ່າງໆເຂົ້າຮ່ວມ.

     ຜ່ານການຈັດຕັ້ງຍິງສະແດງສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ໃນຄັ້ງນີ້ ແມ່ນມີຄວາມໝາຍຄວາມສຳຄັນ
ຍິ່ງ ເປັນການເອກອ້າງເຖິງການເຕີບໃຫຍ່ເຂັ້ມແຂງຂອງບັນດາເຫຼົ່າຮົບກອງທັບປະຊາຊົນລາວຂອງພວກເຮົາ ເພື່ອເປັນການສະແດງໃຫ້ພະນັກງານ
-ນັກຮົບ ປະຊາຊົນບັນດາເຜົ່າ ກໍຄືການນຳພັກ-ລັດ ໄດ້ຮູ້ໄດ້ເຫັນຄວາມເຕີບໃຫຍເຂັ້ມແຂງຂອງກອງທັບປະຊາຊົນລາວຜ່ານການຊຸບຫຼໍ່ຜ່ານການ
ຝຶກຝົນ, ຜ່ານການຫັດແອບ, ຜ່ານການຮ່ໍາຮຽນ ຕະຫຼອດໄລຍະການກະກຽມການຝຶກຊ້ອມຂອງບັນດາເຫົ່າຮົບສາມາດຕີລາຄາ ແລະ ຢັ້ງຢືນໄດ້
ວ່າ ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ເວົ້າລວມ. ເວົ້າສະເພາະ, ແມ່ນຄະນະຮັບຜິດຊອບຊີ້ນໍາການຍິງສະແດງໃນຄັ້ງນີ້ ສາມາດຊີ້ນຳ-ນຳພາບັນ
ຊາບັນດາເຫຼົ່າຮົບ ເຫັນວ່າມີຄວາມຊຳນິຊຳນານຄ່ອງແຄ້ວ ແລະ ພະນັກງານ-ນັກຮົບທຸກຄົນທີ່ເຂົ້າຮ່ວມກໍມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການ
ເມືອງຂອງຕົນເອງ ສາມາດເຮັດໃຫ້ການຈັດຕັ້ງຍິງສະແດງໃນຄັ້ງນີ້ ບັນລຸໄດ້ຕາມຈຸດປະສົງຄາດໝາຍ ມາຮອດປັດຈຸບັນນີ້ຄວາມພ້ອມ ການຍິງສະ
ແດງ 75 ປີຂອງພວກເຮົາຖືວ່າມີຄວາມພ້ອມ 100%.

     ໂອກາດນີ້, ສະຫາຍ ບຸນທອງ ຈິດມະນີ ກໍ່ໄດ້ໃຫ້ກຽດໂອລົມ ແລະ ໃຫ້ທິດຊີ້ນໍາຕໍ່ຄະນະນໍາກະຊວງປ້ອງກັນປະເທດ, ຄະນະຮັບຜິດຊອບ,
ພະນັກງານ-ນັກຮົບເຫຼົ່າຮົບວິຊາສະເພາະທີ່ເຂົ້າຮ່ວມຍິງສະແດງ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີວ່າ:
ຈົ່ງພ້ອມກັນເອົາໃຈໃສ່ຮັກສາມູນເຊື້ອພິລະອາດຫານ, ຜົນງານອັນດີງາມຂອງກອງທັບປະຊາຊົນລາວ, ໂດຍສະເພາະບັນດາເຫຼົ່າຮົບທີ່ເຂົ້າຮ່ວມ
ຫັດແອບຍິງສະແດງຕ້ອງເອົາໃຈໃສ່ສືບຕໍ່ເຝິກຊ້ອມທາງດ້ານສິລະປະຍຸດ-ຍຸດທະວິທີ, ຮັບກັນໃຫ້ໄດ້ທາງດ້ານພາຫະນະເຕັກນິກ, ພ້ອມກັນນໍາ
ເອົາບົດຮຽນດັ່ງກ່າວນໍາໄປໝູນໃຊ້ໃນໜ້າທີ່ຕົວຈິງພາຍໃນກົມກອງຂອງຕົນເພື່ອຮັບປະກັນໃຫ້ແກ່ການກຽມພ້ອມສູ້ຮົບ ແລະ ສູ້ຮົບມີໄຊ.

ແຫຼ່ງຂ່າວໂດຍ ອາຫວຸ້ນ
ວັນທີ 16/01/2024